ທ່ານປະທານປະເທດເຈີ່ນດ້າຍກວາງເປັນປະທານງານລ້ຽງຮ້ອງຮັບປະທານາທິບໍດີສ.ເກົາຫຼີ

(ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ລັດ ແລະ ປະຊາຊົນຫວຽດນາມ ປາດຖະໜາພ້ອມກັບລັດ ແລະ ປະຊາຊົນສ.ເກົາຫຼີ ມີການພົວພັນເລິກເຊິ່ງກວ່າ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພັດທະນາມຸ່ງໄປສູ່ໄລຍະໃໝ່ໃຫ້ເລິກເຊິ່ງກວ້າງຂວາງ, ບັນລຸປະສິດທິຜົນ ແລະ ໝັ້ນຄົງກວ່າ.

ສ່ວນທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ເນັ້ນໜັກວ່າ, ຫວຽດນາມ ແລະ ສ.ເກົາຫຼີ ພວມພ້ອມກັນມຸ່ງໄປເຖິງອະນາຄົດອັນສົດໄສ ດ້ວຍບັນດາຜົນງານທີ່ໜ້າປະເອີບໃຈ.