ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron |
ທີ່ການຕ້ອນຮັບ, ທ່ານ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຢືນຢັນວ່າ ບັນດາຜົນສຳເລັດໃນຂົງເຂດຕ່າງໆຂອງຫວຽດນາມໃນປີ 2017 ທີ່ຜ່ານມາ ແມ່ນບໍ່ອາດຕັດແຍກອອກຈາກການຮ່ວມມື, ຊ່ວຍເຫຼືອຢ່າງມີປະສິດທິຜົນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ,ໃນນັ້ນມີ ສະຫະພັນລັດຖະສະພາສາກົນ ແລະ ບັນດາອົງການລັດຖະສະພາລະຫວ່າງຊາດພາກພື້ນ.
ສ່ວນທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron ໃຫ້ຮູ້ວ່າ ປະຈຸບັນ, ສະຫະພັນລັດຖະສະພາສາກົນ ແລະ ສະພາແຫ່ງຊາດຫວຽດນາມມີສາຍພົວພັນຮ່ວມມືເລິກເຊິ່ງ ແລະ ກ້ວາງຂວາງ. ທ່ານນາງມີຄວາມຫວັງຢາກຮ່ວມມືກັບຫວຽດນາມເພື່ອປະຕິບັດບັນດາໜ້າທີ່ຊຶ່ງສະຫະພັນລັດຖະສະພາສາກົນມອບໝາຍໃຫ້.

