ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: Doãn Tấn/TTXVN

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ: ການປະຕິຮູບຕຸລາການ ແມ່ນຫນຶ່ງໃນບັນດາເສົາຄ້ຳຂອງເລື່ອງສ້າງລັດແຫ່ງອຳນາດກົດໝາຍໃຫ້ສົມບູນແບບ ເພາະສະນັ້ນ ເນື້ອໃນສຳຄັນຂອງການປະຕິຮູບຕຸລາການແມ່ນສຸມໃສ່ເຂົ້າໃນບັນດາຫນ້າທີ່ປ່ຽນແປງໃຫມ່ການຈັດຕັ້ງ, ການເຄື່ອນໄຫວຂອງລະບົບສານທຸກຂັ້ນ. ເພື່ອສືບຕໍ່ສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃນໄລຍະໃຫມ່, ສານປະຊາຊົນສູງສຸດ ໄດ້ລາຍງານ ແລະ ໄດ້ຮັບຄວາມເຫັນດີເພີ່ມເຕີມໂຄງການສ້າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)ຈາກສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນຫນັກວ່າ: ເລື່ອງປັບປຸງບັນດາຂໍ້ກຳນົດຂອງກົດໝາຍ ຕ້ອງສອດຄ່ອງກັບທັດສະນະ, ແຜນນະໂຍບາຍຂອງພັກ ແລະ ໃນຂອບເຂດຂໍ້ກຳນົດຂອງລັດຖະທຳມະນູນ, ສອດຄ່ອງກັບຈຸດພິເສດຂອງລະບົບການເມືອງ ແລະ ພຶດຕິກຳຕົວຈິງຂອງຫວຽດນາມ ໃນໄລຍະໃຫມ່.