ຕອນ​ຄ່ຳ​ວັນ​ທີ 21 ສິງ​ຫາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ທີ່ ຮ່າ​ໂນ້ຍ) ໄດ້​ຈັດ​ພິ​ທີ​ປະ​ກາດ​ມະ​ຕິ​ຂອ​ງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ມາ​ຊິກກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຫວຽດ​ນາມ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກໍ​ຄື​ການ​ພົວ​ພັນ​ຕ່າງ​ປະ​ເທດ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ, ທ່ານ ເຈິ່ນ​ແທັງ​ເໝີນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ, ພາຍ​ຫຼັງ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ ບັນ​ລຸ​ໄດ້ຜົນ​ງານ​ສຳ​ຄັນ​ຫຼາຍ​ຢ່າງ, ຮອບ​ດ້ານ​ໃນ​ຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ບົດ​ບາດ​ສຳ​ຄັນ​ຂອງ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ຢືນຢ​ັນ​ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ, ສ້າງ​ປະ​ຖົມ​ປັດ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ປະ​ເທດ​ຊາດ​ເພື່ອ​ກ້າວ​ເຂົ້າ​ສູ່​ສັງ​ກ​າດ​ໃໝ່. ການ​ທູດ​ລັດ​ຖະ​ສະ​ພາ​ນັບ​ມື້​ນັບ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ ແລະ ລັກ​ສະ​ນະ​ພິ​ເສດ, ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ທູດ​ພັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ, ກາຍ​ເປັນ​ຊ່ອງ​ການ​ທູດ​ສຳ​ຄັນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ໝາກ​ຜົນ​ລວມ​ຂອງ​ການ​ທູດ ຫວຽດ​ນາມ.

ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຫວຽດ​ນາມ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ລວມ​ມີ 64 ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບຕິດ​ພັນ​ກັບ​ລັດ​ຖະ​ສະ​ພາ​ຂອງ 64 ປະ​ເທດ​ໃນ​ໂລກ.