ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳຄະນະພັກສະພາແຫ່ງຊາດກັບ​ຫົວ​ໜ້າໜ່ວຍພັກຄະນະສະມາຊິກສະພາແຫ່ງຊາດ​ຂອງ​ບັນ​ດາແຂວງ, ນະຄອນ ​ກ່ຽວ​ກັບ​ການ​​ກະ​ກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16, ຕອນບ່າຍວັນທີ 16 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້ເນັ້ນໜັກວ່າ, ໄມ້​ຫຼ້າ​ວັດ​ແທກ​​ຜົນ​ສຳ​ເລັດຂອງກອງປະຊຸມບໍ່ໄດ້ນອນຢູ່ທີ່ຈຳນວນກົດໝາຍທີ່ໄດ້ຮັບຮອງ, ​ຫາກ​ຍັງ​ແມ່ນ​ຢູ່​ບ່ອນວ່າ ແຕ່​ລະຂໍ້ຄວາມຕັດສິນ​ສາ​ມາດ​ແກ້​ໄຂ​ຈຸ​ດ​ອຸດ​ຕັນ, ​ປຸກ​ລຸກ​ແຫຼ່ງ​ກຳ​ລັງ​ໄດ້​ຫຼືບໍ່ ແລະ ບໍ່ຖື​ການ​ປັບ​ປຸງ​ກົດ​ໝາຍ​ແທນທີ່ຮັບຜິດຊອບປະຕິບັດ, ແຕ່ຍັງບໍ່ປະໃຫ້​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ຫຼ້າ​ຫຼັງສືບຕໍ່​ກີດຂວາງການພັດທະນາ. ທ່ານປະທານ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, ປະ​ລິ​ມານວຽກງານແມ່ນ​ຫຼາຍໃນເວລາສັ້ນໆ, ​ສະນັ້ນ, ຈິດ​ໃຈ​ລຸ​ລ່ວງແມ່ນ: ຮີບ​ເຮັ່ງແຕ່ບໍ່ປະໝາດ, ການຕັດສິນໄວ​ແຕ່ບໍ່​ແມ່ນ​ງ່າຍ​ດາຍ, ບໍ່​ແລກ​ຄຸນ​ນະ​ນະບເອົາ​ການປ່ຽນ​ແປງ​ໃໝ່​ຢ່າງ​ແຮງ.

ກ່ຽວກັບ​ວຽກ​ງານຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ​ເຈິ່ນ​ແທັງ​ເໝີ້ນ ໄດ້ສະເໜີ​ການຕິດຕາມກວດກາຕ້ອງຕິດພັນກັບຄວາມຮັບຜິດຊອບ ແລະ ​ໝາກ​ຜົນ​ໃນ​ຕົວ​ຈິງ.