(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງເກີນເທີ) |
ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງປະຊາຊົນກ່ຽວກັບລາຄາຜະລິດຕະພັນກະເສດ, ໂດຍສະເພາະແມ່ນພໍ່ແມ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດກໍ່ໃຫ້ຮູ້ວ່າ, ລັດຖະບານ ພວມຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ເພື່ອແນໃສ່ຍົກສູງຄຸນນະພາບ, ສະມັດຕະພາບ, ມູນຄ່າ.

