ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ການຢ້ຽມຢາມແມ່ນໂອກາດ ເພື່ອໃຫ້ 2 ຝ່າຍແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືລັດຖະສະພາໃນຂອບເຂດ 2 ຝ່າຍ, ຫລາຍຝ່າຍ; ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
