ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ

ໃນຈົດໝາຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນຊີ້ແຈ້ງວ່າ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີຄວາມພາກພູມໃຈເມື່ອໄດ້ຮັບຊາບວ່າ ໃນປີທີ່ຜ່ານມາ, ຄະນະບໍລິຫານສູນກາງສະມາຄົມ, ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ບັນດາສາສະນິກກະຊົນຜູ້ເຊື່ອຖືສາດສະໜາ ຮ່ວາຫາວ ໄດ້ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ ແລະ ລັດເປັນຢ່າງດີ, ສາມັກຄີກັບປະຊາຊົນທຸກຊັ້ນຄົນ. ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີເຂັ້ມແຂງ ແລະ ພັດທະນາ.