ທ່ານ ເຈີນແທງເມີ້ນ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນ |
ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຢືນຢັນວ່າ ທົ່ວທັງຊາດຫວຽດນາມ ກໍຄືລະບົບແນວໂຮມປະເທດຊາດຫວຽດນາມ ຍາມໃດກໍຖືເອົາແບບຢ່າງ ປະທານໂຮ່ຈິມິນເພື່ອສຶກສາອົບຮົມພະນັກງານແຕ່ລະຄົນໃນແນວໂຮມປະເທດຊາດ, ຈາກນັ້ນກໍຍູ້ແຮງການຮ່ຳຮຽນ, ເຮັດວຽກ ແລະ ສູ້ຊົນປະຕິບັດຕາມແບບຢ່າງຄຸນສົມບັດຂອງ ປະທານໂຮ່ຈິມິນ.
ພາຍຫຼັງຖະຫວາຍທູນທຽນອາໄລຫາປະທານໂຮ່ຈິມິນແລ້ວ, ທ່ານ ເຈີນແທງເມີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະ ໄດ້ຢື້ຢາມຖາມຂ່າວ, ອວຍພອນປີໃໝ່ພະນັກງານ, ກຳມະກອນ, ພາລະກອນທີ່ເຮັດວຽກໃນ ເຂດອະນຸສອນສະຖານປະທານໂຮ່ຈິມິນ.

