ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ (ສະ​ບັບ​ປັບ​ປຸງ) ລວມ​ມີ 499 ມາ​ດ​ຕາ, ເພີ່ມ​ຂຶ້ນ 7 ມາດ​ຕາ ເມື່ອ​ທຽບ​ໃສ່​ປະ​ມວນ​ກົດ​ໝາຍ​ສະ​ບັບ​ປັດ​ຈຸ​ບັນ. ໃນ​ນັ້ນ ເພີ່ມ​ເຕີມ 12 ມາ​ດ​ຕາ​ໃໝ່, ປັບ​ປຸງ, ເພີ່ມ​ເຕີມ 79 ມາດ​ຕາ ແລະ ຍົກ​ເລີກ 5 ມາດ​ຕາ. ເມື່ອ​ກ່າວ​ຄຳ​ເຫັນ​ສະຫຼຸບ​ວາ​ລະ​ປະ​ຊຸມ, ທ່ານ ຫງວຽນ​ຄັກ​ດິ້ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊີ້​ແຈ້ງວ່າ:

“ສືບ​ຕໍ່​ສ້າງ​ປະ​ມວນ​ກົດ​ໝາຍໃຫ້​ສົມ​ບູນ​ແບບ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸ​ມ​ວິ​ສາ​ມັນ​ຄັ້ງ​ທີ 1. ພ້ອມ​ດຽວ​ກັນ​ນັ້ນ, ສຳຫຼວດກວດ​ຄືນ​​ຂໍ້​ກຳ​ນົດ​ໃນ​ຮ່າງ​ປະ​ມວນ​ກົດ​ໝາຍໃຫ້​ຮັບ​ປະ​ກັນ​ຄວາ​ມ​ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາ​ສາ​ກົນ ທີ່​ກ່ຽວ​ຂ້ອງ ແລະ ລັດ​ຖະ​ທຳ​ມະ​ນຸນ ປີ 2013 (ສະ​ບັບ​ປັບ​ປຸງ). ຕ້ອງ​ສືບ​ຕໍ່​ສຳຫຼວດກວດ​ຄືນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ, ຄວາມ​ສອດ​ຄ່ອງ, ຄົບ​ຊຸດ​ກັບ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ ກັບ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ຂອງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ຍາ ແລະ ກົດ​ໝາຍ​ສະ​ບັບ​ອື່ນໆ​ທີ່​ກ່ຽວ​ຂ້ອງ.”