(ພາບ: qdnd.vn)
ວັນທີ 26 ສິງຫາ, ກອງປະຊຸມເຈົ້າໜ້າອາວຸໂສການປ້ອງກັນຊາດ ອາຊຽນ (ADSOM) ຈັດຂຶ້ນແບບທາງໄກພາຍໃຕ້ການເປັນປະທານຂອງທ່ານ Ignacio B.Madriaga, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ຮັບຜິດຊອບການຕີລາຄາ ແລະ ວາງແຜນກຳນົດຍຸດທະສາດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າ, ເຂົ້າຮ່ວມກອງປະຊຸມຈາກສະຖານທີ່ເຊື່ອມຕໍ່ທາງໄກຈາກ ຮ່າໂນ້ຍ.
ແບ່ງປັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງທັງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານຂອງ ຟີລິບປິນ ໃນຖານະປະທານ ອາຊຽນ 2026, ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ຈະສືບຕໍ່ໄດ້ຮັບການປັບປຸງເພື່ອຮັບມືຢ່າງມີໄຫວພິບ ແລະ ເປັນເຈົ້າການຕໍ່ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ວາງອອກສຳລັບພາກພື້ນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.
ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ປະກອບຄຳເຫັນຕໍ່ວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກວ້າງ (ADSOM+), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 20 ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 13.
