|
ພາບພົດຂອງຫວຽດນາມຜ່ານຮູບຖ່າຍຂອງນັກສີລະປິນອີຕາລີ ( ພາບ: Vietnam+) |
ງານວາງສະແດງຄັ້ງນີ້, ນັກຖ່າຍຮູບ Daniele Rossi ປາດຖະໜາຢາກໃຫ້ມະຫາຊົນເຫັນໄດ້ໂສມໜ້າຍຸກສະໄໝປະຈຸບັນຂອງປະເທດຫວຽດນາມ ເຊິ່ງເປັນປະເທດພວມພັດທະນາໃນທຸກດ້ານ ດ້ວຍກຳລັງແຮງຂອງລຸ້ນໜຸ່ມຫວັງຢາກສ້າງຄວາມຮັ່ງມີ, ອຸທິດສ່ວນໃຫ້ປະເທດຊາດ… ເຂົ້າຮ່ວມງານວາງສະແດງ, ມະຫາຊົນໄດ້ຊົມບັນດາພາບຖ່າຍຢ່າງແທ້ຈິງກ່ຽວກັບນະຄອນໃນຊີວິດປະຈຳວັນທີ່ຂ້ອງຄາກັບວຽກງານຫຼາຍຢ່າງ ເນືອງນັນແຕ່ເຕັມໄປດ້ວຍພະລັງຊີວິດ, ຊ້ອນແຝງດ້ວຍບັນດາໄລຍະທາງປະຫວັດສາດຂອງປະເທດຫວຽດນາມ. ຈຸດພິເສດທີ່ສຸດໃນງານວາງສະແດງຄັ້ງນີ້ແມ່ນ ບັນດາພາບຖ່າຍລ້ວນແຕ່ຖືກພິມດ້ວຍເຈ້ຍສາທີ່ນຳໃຊ້ໃນສີລະປະພາບແຕ້ມບູຮານຂອງຫວຽດນາມ…

