ພະບາດສົມເດັດເຈົ້າມະຫາຊີວິດ ໄທ Rama X

ປະມວນກົດໝາຍວ່າດ້ວຍການກຳນົດບັນດາພັກການເມືອງລວມມີ 11 ພາກ ແລະ 152 ມາດຕາ. ນີ້ແມ່ນປະມວນກົດໝາຍສະບັບທີ 3 ໃນຈຳນວນ 10 ປະມວນກົດໝາຍ ຊຶ່ງພະບາດສົມເດັດເຈົ້າມະຫາຊີວິດ ໄທ ໃຫ້ສັດຕະຍາບັນ ພາຍຫລັງລັດຖະທຳມະນູນໃໝ່ 2017 ໄດ້ປະກາດໃຊ້ໃນວັນທີ 06 ເມສາຜ່ານມາ. ຄາດຄະເນວ່າ ຄະນະກຳມະການຮຽບຮຽງລັດຖະທຳມະນູນຈະຮ່າງບັນດາປະມວນກົດໝາຍທີ່ຍັງເຫລືອສຳເລັດກ່ອນວັນທີ 02/12/2017. ເຖິງວ່າກົດໝາຍວ່າດ້ວຍພັກການເມືອງໄດ້ມີຜົນສັກສິດແລ້ວກໍ່ຕາມ ແຕ່ບັນດາພັກການເມືອງ ໄທ ກໍ່ພວມເອົາໃຈໃສ່ທີ່ສຸດ ຍາມໃດສະພາປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດ (NCPO) ຍົກເລີກຄຳສັ່ງຫ້າມເຕົ້າໂຮມ ຫຼື ບັນດາການເຄື່ອນໄຫວດ້ານການເມືອງອື່ນໆ ສາມາດສົ່ງຜົນສະທ້ອນເຖິງວຽກງານກະກຽມໃຫ້ການອອກຮັບສະໝັກເລືອກຕັ້ງ.