ວັນທີ 14 ກັນຍາ, ພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະລາຊີນີ ແຫ່ງລາຊະອານາຈັກ ໄທ ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 14 – 16 ກັນຍາ, ຕາມຄຳເຊີນຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ.
ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ພວມພັດທະນາຢ່າງດີງາມ, ປີ 2026 ສ້າງຂີດໝາຍສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສອງປະເທດ (06 ສິງຫາ 1976 - 06 ສິງຫາ 2026). ເມື່ອຕີລາຄາກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການຢ້ຽມຢາມ, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ເນັ້ນໜັກວ່າ:
ຄວາມໝາຍສັນຍາລັກຂອງການຢ້ຽມຢາມຄັ້ງນີ້ໃຫຍ່ຫຼວງທີ່ສຸດ, ບໍ່ພຽງແຕ່ ເປັນການຕີລາຄາສູງການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ສອງຄູ່ຮ່ວມມືສຳຄັນຂອງກັນໃນ ອາຊຽນ, ພາກພື້ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນ ນ້ຳໃຈໃກ້ຊິດສະໜິດສະໜົມ, ຕິດພັນລະຫວ່າງການນຳສູງສຸດຂອງສອງລັດອີກດ້ວຍ. ການຢ້ຽມຢາມຍັງຈະປັບປຸງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ລະຫວ່າງ ສອງປະເທດຕື່ມອີກ.
