ຕອນເຊົ້າວັນທີ 26 ສິງຫາ, ຢູ່ ຮ່າໂນ້ຍ , ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຈັດການພົບປະກັບພະນັກງານ, ນັກຂ່າວ, ບັນນາທິການລຸ້ນຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນອອກອາກາດລາຍການກະຈາຍສຽງພະແນກກະຈາຍສຽງລາຍການພາກພາສາຕ່າງປະເທດຄັ້ງທຳອິດ (07 ກັນຍາ 1945 – 07 ກັນຍາ 2026).
ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ຟໍເກິມຮວາ, ຫົວໜ້າພະແນກ VOV5 ໄດ້ແບ່ງປັນກ່ຽວກັບໝາກຜົນເຊິ່ງພະແນກບັນລຸໄດ້ໃນປີຜ່ານມາ, ໃນນັ້ນມີການຮັບບັນດາລາງວັນໃຫຍ່ດ້ານວິຊາສະເພາະທັງຢູ່ພາຍໃນປະເທດ ແລະ ສາກົນ. ເພື່ອຮັບມືກັບທ່າອ່ຽງໃໝ່, VOV ໄດ້ສ້າງຊ່ອງ Podcast (ພາສາ ຫວຽດນາມ, ອັງກິດ, ຝລັ່ງ, ຈີນ). ນັບແຕ່ວັນທີ 01 ກັນຍາ, ທາງພະແນກກໍ່ຈະເປີດຊ່ອງ Podcast ຕື່ມອີກ 9 ພາສາ (ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ກຳປູເຈຍ, ລາວ, ອິນໂດເນເຊຍ, ລັດເຊຍ, ເຢຍລະມັນ, ແອັດສະປາຍ) ຕື່ມອີກ.
“ໃນວິວັດການຫັນເປັນດີຈີຕອນ, ນັກຂ່າວ, ບັນນາທິການພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ໄດ້ເປັນເຈົ້າການ, ຂະຫຍັນຂັນເຄື່ອນຮັກສາການກະຈາຍສຽງ, ແຕ່ຍັງຮັກສາສື່ເອເລັກໂຕນິກໄວ້ຢ່າງໝັ້ນຄົງ ແລະ ເພີ່ມສ່ວນວຽກງານໃນພື້ນຖານດີຈີຕອນ. ເພື່ອເຮັດໄດ້ສິ່ງດັ່ງກ່າວແມ່ນຕ້ອງມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ ບໍ່ພຽງແຕ່ຊຸມລຸ້ນປະຈຸບັນເທົ່ານັ້ນ, ຫາກຍັງແມ່ນການສະໜັບສະໜູນເຖິງວ່າຈະໂດຍກົງ ຫຼື ທາງອ້ອມຂອງນັກຂ່າວ, ບັນນາທິການສະໄໝຕ່າງໆອີກດ້ວຍ”.
ບັນດານ້ຳໃຈ, ການອຸທິດສ່ວນ, ເລື່ອງລາວຂອງລຸ້ນໄປກ່ອນຈະເປັນການຕໍ່ກຳລັງແຮງໃຫ້ແກ່ຖັນແຖວນັກຂ່າວ, ບັນນາທິການໃນປະຈຸບັນກ້າວຂຶ້ນຢ່າງໝັ້ນຄົງ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງການສື່ສານຕ່າງປະເທດຂອງປະເທດຊາດໃນຍຸກສະໄໝໃໝ່.
