ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026), ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດພິເສດ ເຈື່ອງຊາ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບບຸນແທນຄຸນຢ່າງແທ້ຈິງ, ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ”.
ຢູ່ເຂດດິນຕໍ່ແຜ່ນ, ບັນດາອົງການ, ຫົວໜ່ວຍ, ກົມກອງ ໄດ້ຖະຫວາຍທູບທຽນ, ດອກໄມ້ຢູ່ເຂດອາໄລຫານັກຮົບ ກາກມາ ແລະ ເຮືອນມູນເຊື້ອເຂດພິເສດ ເຈື່ອງຊາ; ພ້ອມກັນນັ້ນ, ໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ເນື່ອງໃນໂອກາດນີ້, ກົມກອງໄດ້ມອບຂອງຂວັນ 38 ພູດ, ລວມມູນຄ່າ 45 ລ້ານ ດົ່ງ (ກວ່າ 1.700 USD).
ຢູ່ບັນດາເກາະຂຶ້ນກັບເຂດພິເສດ ເຈື່ອງຊາ, ພະນັກງານ, ນັກຮົບ ແລະ ປະຊາຊົນ ໄດ້ຈັດພິທີຖະຫວາຍທູບທຽນ, ດອດໄມ້ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ; ຢື້ຢາມຖາມຂ່າວ, ລະດົມບັນດາຄອບຄົວນະໂຍບາຍພວມປະຕິບັດງານຢູ່ເຂດເກາະ ແລະ ຈັດການເຄື່ອນໄຫວດຳເນີນຊີວີດດ້ານການເມືອງ, ສຶກສາມູນເຊື້ອ.
ບັນດາການເຄື່ອຍໄຫວຕອບບຸນແທນຄຸນໃນເດືອນ ກໍລະກົດ ນີ້ໄດ້ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີລະຫວ່າງທະຫານ - ປະຊາຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ປະເທດຊາດໃຫ້ນັບມື້ນັບໝັ້ນຄົງໜັກແໜ້ນ.
