ນະ​ທີ່​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ຖື​ Ethiopia ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່ ອາບ​ຟ​ຼິກ​ກາ​, ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ເພື່ອ​ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ທາງ​ການ​ຄ້າ, ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abiy Ahmed Ali ຢັ້ງ​ຢືນ Ethiopia ຖື​ຫວຽດ​ນາມ​ເປັນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ ແລະ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ປາດ​ຖະ​ໜາ​ຢາກ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ Ethiopia ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດກ​ະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ເຕັກ​ໂນ​ໂລ​ຢີ ແລະ ປັນ​ຍາ​ປະ​ດິດ; ຢັງ​ຢືນ​ລັດ​ຖ​ະ​ບານ Ethiopia ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ.

ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ​ເລ​ມິງ​ຮຶງ​ໄດ້​ພົບ​ປະ​ກັບ​ບັນ​ດາ​ພະ​ນັກ​ງານ, ພາລະກອນສະ​ຖານ​ທູດ ຫວຽດ​ນາມ​ປະຈຳ​ສ.ອິນ​ເດຍ.