ກອງປະຊຸມປະກາດແຜນການສັງລວມນະຄອນຫຼວງຮ່າໂນ້ຍວິໄສທັດ 100 ປີ ແລະ ການສົ່ງເສີມການລົງທຶນປີ 2026 ຈະດຳເນີນໃນວັນທີ 29 ມິຖຸນາ, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ທີ່ກອງປະຊຸມ, ທາງນະຄອນຮ່າໂນ້ຍຈະປະກາດແຜນຜັງສັງລວມນະຄອນຫຼວງຮ່າໂນ້ຍວິໄສທັດ 100 ປີ. ນີ້ແມ່ນຂໍ້ມູນໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຜີຍໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ.
ຕາມແຜນການແລ້ວ, ຢູ່ກອງປະຊຸມ, ນະຄອນຮ່າໂນ້ຍຈະແນະນຳສະພາບແວດລ້ອມແຫ່ງການລົງທຶນ, ບັນດາກົນໄກ, ນະໂຍບາຍພິເສດສະເພາະ, ໂດດເດັ່ນ, ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງນະຄອນຫຼວງ; ກຳນົດທິດ, ແຜນການດຶງດູດການລົງທຶນ ແລະ ພັດທະນາເສດຖະກິດສັງຄົມໃນສັງກາດໃໝ່.
ທີ່ການຖະແຫຼງຂ່າວ, ຜູ້ຕາງໜ້າພະແນກວາງແຜນຜັງສະຖາປັດຕະຍາກຳ ຮ່າໂນ້ຍ ໃຫ້ຮູ້ວ່າ: ການວາງແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍວິໄສທັດຮອດປີ 100 ປີຖືທັດສະນະສ້າງນະຄອນຫຼວງ ແຫ່ງອະລິຍາທຳ - ສີວິໄສ - ທັນສະໄໝ - ມີຄວາມຜາສຸກ”, ຖືມະນຸດເປັນໃຈກາງ, ດ້ວຍໂຄງປະກອບສະຖານທີ່ພັດທະນາຕາມຮູບແບບ “ຫຼາຍລະດັບ, ຫຼາຍຊັ້ນ, ຫຼາຍຂົ້ວ, ຫຼາຍສູນກາງ”, ຖືແມ່ນ້ຳແດງເປັນຈຸດຫຼັກຂອງທິວທັດຂິສະພາບ - ວັດທະນະທຳຫຼັກແຫຼ່ງ ລວມມີ 9 ຂົ້ວພັດທະນາ, 9 ເຂດສູນກາງ ແລະ 9 ຈຸດຫັກກຳລັງຜັກດັນ.
