ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີໄດ້ຈັດພິທີລະນຶກວັນວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຢີຍຸດທະສາດດ້ວຍຫົວຂໍ້ “ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີນີຕອນ - ກຳລັງໜູນຫຼັກຂອງຮູບແບບການເຕີບໂຕໃໝ່”.
ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ຊີ້ແຈ້ງວ່າ ວັນວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ ບໍ່ພຽງແຕ່ແມ່ນໂອກາດເພື່ອເຊີດຊູບັນດານັກວິທະຍາສາດ, ປັນຍາຊົນ, ນັກທຸລະກິດດ້ວຍບັນດາຜົນງານໃນການຄົ້ນຄ້ວາ, ພັດທະນາ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບພູມປັນຍາ ຫວຽດນາມ, ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ, ພິເສດໃນໄວໜຸ່ມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ເຕັກໂນໂລຢີຍຸດທະສາດແມ່ນເສັ້ນທາງເພື່ອນຳປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນສັງກາດໃໝ່. ທ່ານໃຫ້ຮູ້ວ່າ:
ຕ້ອງມີກົນໄກບຸກທະລຸ. ຖ້າໝູນໃຊ້ຕາມວິວັດການຂັ້ນຕອນກົນໄກທົ່ວໄປ ຈະບໍ່ສາມາດປະຕິບັດໄດ້ການລົງທຶນໃຫ້ນະວັດຕະກຳ. ດັ່ງນັ້ນບັນຫາແມ່ນສັ່ງສິນຄ້າ, ຍອມຮັບຄວາມສ່ຽງມີການຄວບຄຸມ ແລະ ຖືຜະລິດຕະພັນສຸດທ້າຍ, ຜະລິດຕະພັນສົ້ນອອກເພື່ອຕີລາຄາປະສິດທິຜົນຂອງການລົງທຶນຂອງລັດ.
