(ພາບ: REUTERS/Chalinee Thirasupa)
ໄຟໄໝ້ເກີດຂຶ້ນຢ່າງຮ້າຍແຮງຢູ່ພັດຕະຄານໜຶ່ງທີ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ໃນຕອນເຊົ້າວັນທີ 13 ກໍລະກົດ, ເຮັດໃຫ້ຢ່າງໜ້ອຍສຸດມີ 90 ຄົນຮັບບາດເຈັບ ແລະ ເສຍຊີວິດ. ນີ້ແມ່ນໜຶ່ງໃນບັນດາຄວາມເສຍຫາຍໃຫຍ່ທາງຊີວິດອິນຊີຮ້າຍແຮງທີ່ສຸດຢູ່ນະຄອນຫຼວງ ບາງກອກ ໃນຊຸມປີມໍ່ໆມານີ້. ໄຟໄໝ້ເກີດຂຶ້ນໃນເວລາປະມານ 0 ໂມງ 02 ນາທີ, ວັນທີ 13 ກໍລະກົດ, ຢູ່ພັດຕະຄານ Rong Beer Na Lat Phrao, ເມືອງ Chatuchak, ຈຸດເວລາຢູ່ໃນຮ້ານມີແຂກເປັນຈຳນວນຫຼາຍ.
ມາຮອດປະຈຸບັນ, ເຫດໄຟໄໝ້ເຮັດໃຫ້ມີ 27 ຄົນເສຍຊີວິດ ແລະ 63 ຄົນຮັບບາດເຈັບ, ໃນນັ້ນມີ 22 ຄົນເຈັບໜັກ. ກຳລັງດັບເພິງໄດ້ມາຮອດພາຍຫຼັງເກີດໄຟໄໝ້ໃນເວລາພຽງ 5 ນາທີພາຍຫຼັງໄດ້ຮັບແຈ້ງເກີດເຫດ.
