ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ທ່ານອະດີດປະທານປະເທດ ກໍໄດ້ສົ່ງອັດຖິນັກຮົບເສຍສະຫຼະຊີວິດອອກສຸສານ ວິຊວຽນ (ພາບ: VOV)

ນີ້ແມ່ນບັນດານັກຮົບທີ່ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ ທຳການຕໍ່ສູ້ຢ່າງອົງອາດກ້າຫານ, ຕັດສິນໃຈປົກປັກຮັກສາດິນດອນຕອນຫຍ້າທີ່ສັກສິດຂອງປະເທດຊາດໃນບັ້ນຕໍ່ສູ້ປ້ອງກັນຊາຍແດນທາງທິດເໜືອ ໃນໄລຍະ 1979 – 1989.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 9 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ, ແຂວງ ຮ່າຢາງ ຂອງ ຫວຽດນາມ ໄດ້ສົມທົບກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ຮ່າຢາງ ຈັດພິທີສວດມົນພາວະນາ ອາໄລຫາດວງວິຍານຂອງບັນດານັກຮົບວິລະຊົນ.