ເນື່ອງ​ໃນ​ໂອ​ກາດ​ລະນຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ​ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ (27/7/1947 - 27/7/2026), ຕອນ​ຄ່ຳ​ວັນ​ທີ 25 ກໍ​ລະ​ກົດ, ຢູ່ ​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

ຢູ່​ສຸ​ສານ ມາຍ​ຢິກ (ຮ່າ​ໂນ້ຍ) ໄດ້​ດຳ​ເນີນ​ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ບຸຍ​ຮ​ວ່ຽນ​ມາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ທາງ​ນະ​ຄອນ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ຄົບ​ຊຸດ​ຄື: ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ລົງ​ຢ້ຽມ​ຢາມ​ຖາ​ມ​ຂ່າວ, ມອບ​ຂອງ​ຂວັນ; ໜູນ​ຊ່ວຍ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ເມດ​ຕາ, ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ, ກວດ​ປິ່ນ​ປົວ​ພະ​ຍາດ, ມອບ​ຢຸກ​ຢາ​ໂດຍ​ບໍ່​ເສຍ​ຄ່າ, ຈັດ​​ພິ​ທີ​ຈູດ​ທູບ​ໃຕ້​ທຽນສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢູ່ 126 ຕາ​ແສງ.

ໃນ​ຂະ​ນະ​ນັ້ນ, ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ພິ​ທີ​ຈູດ​ທູບ​ໃຕ້​ທຽນ, ວາ​ງ​ພວງ​ມາ​ລາ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ​ຮ່າງ​ເຢືອງ, ເຂດ​ພິ​ເສດ​ ໂກນ​ດາວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ແມັ້ງ​ເກືອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ​ນະ​ຄອນ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ ນະ​ຄອນ​ໄດ້​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ​ມີ: ສ້າງ​ກອງ​ທຶນ​ຕອບ​ບຸນ​ແທນ​ຄຸນ, ເຮືອນ​ແຫ່ງ​ຄວາມ​ເມດ​ຕາ, ປຶ້ມ​ຝາກປະ​ຢັດ​ແຫ່ງ​ຄວາມ​ເມດ​ຕາ, ເບິ່ງ​ແຍງ​ດູ​ແລ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ເບິ່ງ​ແຍງ​ດູ​ແລ​ພໍ່​ແມ່​ພີ່​ນ້ອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຈັດ​ຕັ້ງ​ປະ​ຕິ​ບັດບັ້ນ 500 ວັນ ແລະ ຄືນ ຍູ້​ແຮງ​ການ​ປະ​ຕິ​ບັດ​ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ແລະນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດທີ່​ຍັງ​ຂາດ​ຂໍ້​ມູນ​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ​ສຸດ.