ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດັກລັກ ໃນບໍລິເວນຕາແສງ ຝຸອຽນ, ບັນດາຜູ້ແທນ ແລະ ສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 1.000 ຄົນ ໄດ້ຖະຫວາຍດອກໄມ້, ຈູດທູບໃຕ້ທຽນອາໄລຫາປະທານ ໂຮ່ຈີມິນ, ບັນດານັກຮົບວິລະຊົນ ແລະ ພໍ່ແມ່ປະຊາຊົນທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ. ໃນລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດ ແລະ ມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ເປັນລູກຫຼານຄອບຄົວເປົ້າໝາຍນະໂຍບາຍ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ປະສົບກັບຄວາມຫຍຸ້ງຍາກ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 26 ກໍລະກົດ, ພິທີຈູດທູບໃຕ້ທຽນຈາລຶກບຸນຄຸນກໍຖືກຈັດຂຶ້ນຢູ່ສຸສານນັກຮົບເສຍສະຫຼະຊີວິດແຂວງ ດັກລັກ. ອ້າຍ ຫງວຽນທ້າວຢາງ, ຮອງເລຂາຄະນະຊາວໜຸ່ມແຂວງ ດັກລັກ, ໃຫ້ຮູ້ວ່າ:
“ການເຄື່ອນໄຫວເຫຼົ່ານີ້ ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງລຸ້ນໜຸ່ມມີຕໍ່ລຸ້ນພໍ່ລຸ້ນອ້າຍ, ຜູ້ທີ່ມີຄຸນງາມຄວາມດີໃນພາລະກິດປົດປ່ອຍຊາດ, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ; ພ້ອມດຽວກັນນັ້ນ ກໍເປັນການສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອປະຕິວັດ, ຄວາມຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ມູນເຊື້ອສິນລະທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ຕອບບຸນແທນຄຸນ, ປະກອບສ່ວນພ້ອມກັບທຸກຂັ້ນ, ທຸກຂະແໜງການຮ່ວມແຮງຮ່ວມໃຈແບ່ງປັນກັບຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ”.
