ຕອນ​ເຊົ້າ(ວັນ​ທີ18/8), ຢູ່​ທີ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ກະ​ຊວງ​ຍຸ​ຕິ​ທຳ​ຫວຽດ​​ນາມ ໄດ້​ຈັດ​ເວ​ທີກອງປະ​ຊຸມກົດ​ໝາຍ​ອາ​ຊຽນ 2026 ພາຍ​ໃຕ້​ຫົວ​ຂໍ້ “ນຳ​ໃຊ້​ປັນ​ຍາ​ປະ​ດິດ (AI) ເຂົ້າ​ໃນ​ວຽກ​ງານ​ກໍ່​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ​ໃນ​ທົດ​ສະ​ວັດ​ຫັນ​ເປັນ​ດີ​ຈີ​ຕອນ”. ພິ​ທີ​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ແຕ່​ວັນ​ທີ (18 -19), ກອງ​ປະ​ຊຸມ​ດັ່ງ​ກ່າວ ​ແມ່ນ​ແນວຄວາມ​ຄິດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ຫວຽດ​ນາມ​ເປັນ​ຜູ້​ສະ​ເໜີ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ກົດ​ໝາຍ, ຍຸ​ຕິ​ທຳ​ທີ່​ຂື້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຄົມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ເພື່ອ​ແ​ລ​ກ​ປ່ຽນ​ບົດ​ຮຽນ, ມາດ​ຕະ​ການ, ຂຸດ​ຄົ້ນ​ທ່າ​ແຮງ​ທາງ​ດ້ານ​ປັນ​ຍາ​ປະ​ດິດ (AI) ໃຫ້​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ໄສ​ທັດຂ​ອງ​ປະ​ຊາ​ຄົມ​ອາ​ຊຽນ​ປີ 2045 ໃ​ຫ້​ປະ​ກົດ​ເປັນ​ຈິງ. ມີ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ ຕ່ຽນ ເຈົາ ໄດ້​ເໜັ້ນ​ໜັກ​ວ່າ:

ຫວຽດ​ນາມ ເປັນເອ​ກະ​ພາບຢ່າງ​ສູງ​ ແລະ ຖື​ເປັນສຳ​ຄັນ​ບົດ​ບາດ​​ເປັນໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ​ດີ​ຈີ​ຕອນ​ໃນພາກ​ພື້ນ ບັນ​ດາຫຼັກ​ການ, ມາດ​ຖານ, ເງື່ອນ​ໄຂ​ກ່ຽວ​ກັບ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດໃນ​ຂົງ​ເຂດ​ກົດ​ໝາຍ ແລະ ​ຍຸ​ຕິ​ທຳຕ້ອງ​ໄດ້​ສ້າງ​ໃຫ້​ເປັນ​ຮູບ​ປະ​ທຳ ກ່ອນ​ອື່ນ​ໝົດ​ແມ່ນ​ພາຍ​ໃນ​ອາ​ຊຽນ ແລະ ​ແມ່ນອາ​ຊຽນ​​ເອງຕ້ອງ​ລິ​ເລີ່ມ​ນຳ​ພາ​ບົນ​ພື້ນ​ຖານ​ຄວາມ​ເປັນ​ເອ​ກະ​ພາບ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ. ກ້າວ​ເຂົ້າ​ສູ່​ປີ​ທີ່​ສອງ​ຂອງ​ໂຄງ​ການ​​ຜັນ​ຂະ​ຫຍາຍວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2045, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ອາ​ຊຽນ ມີ​ຄົ​ບ​ເງື່ອນ​ໄຂ​ເພື່ອ​ກາຍ​ເປັນ​ພາກ​ພື້ນ​ນຳ​ໜ້າ​ຂອງ​ໂລກ​ກ່ຽວ​ກັບ​ການ​ນຳ​ໃຊ້​ປັນ​ຍາ​ປະ​ດິດດ້ວຍ​ຄວາມ​ຮັ​ບ​ຜິດ​ຊອບ​ໃນ​ຂົງ​ເຂດ​ກົດ​ໝາຍ ແລະ ຍຸ​ຕິ​ທຳ. ຜ່ານ​ສິ່ງ​ດັ່ງ​ກ່າວ​ນັ້ນ, ​ຈະປະ​ກອບ​ສ່ວນ​ສຽງ​ຂອງ​ຕົນ​ເຂົ້າ​ໃນ​ຂະ​ບວນ​ການ​ຄຸ້ມ​ຄອງ​ປັນ​ຍາ​ປະ​ດິດ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ ຕ່ຽນ ເຈົາ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ, ຄູ່​ຮ່ວມ​ມື​ພັດ​ທະ​ນາ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ພ້ອມ​ກັນ​ຜັນ​ຂະ​ຫຍາຍ 4 ທິດ​ທາງ: ສ້າງຫຼັກ​ການ​ລວມ​ກ່ຽວ​ກັບ​ການ​ໝູນ​ໃຊ້ AI ເຂົ້າ​ໃນ​ການ​ກໍ່​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ; ແລກ​ປ່ຽນ​ມາດ​ຕະ​ຖານ, ມາດ​ຖານ​ຂໍ້​ມູນ​ກົດ​ໝາຍ ແລະ ບົດ​ຮຽນ​ຫັນ​ເປັນ​ດີ​ຈິ​ຕອນ; ຮ່ວມ​ມື​ກໍ່​ສ້າງ​ບຸກ​ຄະ​ລາ​ກອນ, ​ໂຄງ​ລ່າງ​ຖານ​ຂໍ້​ມູນ, ແບ່ງ​ປັນ​ເຕັກ​ນິກ, ຫຼຸດ​ຊ່ອງວ່າງ​ຄວາມ​ສາ​ມາດ​ດ້ານ​ດີ​ຈິ​ຕອນ; ຮັກ​ສາ​ກົນ​ໄກ​ການ​ແລກ​ປ່ຽນ, ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ ແລະ ເຊື່ອມ​ໂຍງ​ດ້ານຊ່ຽ​ວ​ຊານ./.