ວັນ​ທີ 24 ກໍ​ລະ​ກົດ, ຢູ່​ມາ​ນີ​ລາ, ຟີ​ລິບ​ປິນ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງ​ສົນ​ທິ​ສັນ​ຍາ​ເປັນ​ມິດ ແລະ ການ​ຮ່ວມ​ມື​ຢູ່ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC). ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການ. ນະ​ທີ່​ນີ້, ບັນ​ດາ​ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ເອ​ກະ​ສານ​ເຂົ້າ​ຮ່ວມ TAC ຂອງ 4 ປະ​ເທດ ຊູ​ແອັດ, ໂປ​ໂລຍ, ໂຣມ​າ​ນີ ແລະ ລິດ​ວາ.

ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວ​ມ​ມື​ທາງ​ທະ​ເລ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢັ້ງ​ຢືນ​ບັນ​ດາຫຼັກ​ການ ທີ່ໄດ້​ທົດ​ສອບຜ່ານ​ວັນ​ເວ​ລາ​ຂອງ TAC, ລວມ​ມີ​ ການ​ເຄົາ​ລົບ​​ອະ​ທິ​ປະ​ໄຕ, ບໍ່​ນຳ​ໃຊ້​ອາ​ວຸດ ແລະ ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິທີ ​ບໍ່​ພຽງ​ແຕ່​ໝູນ​ໃຊ້​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພື້ນ​ຖານ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ບັນດາມະ​ຫາ​ສະ​ໝຸດ ແລະ ເຂດ​ທະເລເຊື່ອມ​ຈອດ​ພາກ​ພື້ນ. ຫວຽດ​ນາມ ເນັ້ນ​ໜັກ​ຫຼັກ​ໝັ້ນຫຼັກ​ການ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ພົ້ນ​ເດັ່ນ​ແມ່ນຫຼັກ​ການ​ເຄົາ​ລົບ​​ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ສົນ​ທິ​ສັນ​ຍາ ​ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982.