ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ

ລາງວັນສື່ມວນຊົນແຫ່ງຊາດ ປີ 2020 ເຊີດຊູບັນດາຜູ້ຂຽນ, ກຸ່ມຜູ້ຂຽນ ຂອງ 112 ຜົນງານສື່ມວນຊົນດີເດັ່ນໃນ 11 ປະເພດລາງວັນ. ໃນນັ້ນມີ ລາງວັນພິເສດ 1 ລາງວັນ, ລາງວັນ A 9 ລາງວັນ, ລາງວັນ B 25 ລາງວັນ, ລາງວັນທີ C 45 ລາງວັນ, ລາງວັນຊົມເຊີຍ 32 ລາງວັນ. .

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ: ກ່ວາ 96 ປີຜ່ານມາ, ພື້ນຖານສື່ມວນຊົນ ຫວຽດນາມ ມີການພັດທະນາຢ່າງກະໂດດຂັ້ນ. ທ່ານປະທານປະເທດ ກໍ່ເນັ້ນໜັກວ່າ ສື່ມວນຊົນ ກໍ່ແມ່ນອາວຸດທີ່ແຫຼມຄົມ ໃນການຕໍ່ສູ້ກັບໄພສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້, ການເສື່ອນທາດຂາດຄຸນດ້ານຄຸນສົມບັດ, ການດຳລົງຊີວິດ, ສະໜອງຂໍ້ມູນຂ່າວ ແລະ ວຽກງານຊີ້ນຳ, ບໍລິຫານປະເທດຊາດຢ່າງທັນການ, ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

ກຳລັງສື່ມວນຊົນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ສຳຜັດໄວ, ສະໜອງຂໍ້ມູນຢ່າງເປັນທາງການໂດຍໄວ, ຊັດເຈັນ ໃຫ້ແກ່ປະຊາຊົນທຸກຊັ້ນຄົນ, ເປັນເຈົ້າການໃນການຕໍ່ສູ້ກັບບັນດາຂໍ້ມູນບິດເບືອນ, ຝິດເຂວ, ຕ້ານທຳລາຍ ພັກ, ລັດ ແລະ ພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນ. ພັກ, ລັດ ຍາມໃດກໍ່ປາດຖະໜາ ແລະ ຮຽກຮ້ອງ ຖັນແຖວບັນດາຜູ້ເຮັດວຽກງານການຂ່າວ ມີຄວາມໝັ້ນແກ່ນດ້ານຄຸນນະທາດການເມືອງ, ມີວິຊາສະເພາະທີ່ຊຳນິຊຳນານ ແລະ ຈັນຍາບັນດ້ານວິຊາຊີບທີ່ປອດໄສ, ມີວັດທະນາທຳມະນຸດ.