ລາຍການສະແດງໃນພິທີໄຂ (ພາບ: Getty)

ພິທີໄຂໄດ້ດຳເນີນໃນເວລາປະມານ 15 ນາທີ ແຕ່ບັນດາລາຍການສະແດງໃນພິທີດັ່ງກ່າວ ກໍ່ໄດ້ສ້າງຄວາມຈັບອົກຈັບໃຈຫຼາຍຢ່າງ. ຕາມສະຫະພັນບານເຕະໂລກ (FIFA) ແລ້ວ, ເຖິງວ່າ ໄດ້ດຳເນີນໃນເວລາສັ້ນໆກໍຕາມ ແຕ່ດ້ວຍການກະກຽມຢ່າງລະອຽດລະອໍ, ພິທີໄຂ World Cup ຍິງ 2023 ໄດ້ສະແດງໃຫ້ເຫັນຄວາມຫຼາກຫຼາຍສີສັນຂອງວັດທະນະທຳ ກໍຄື ມໍລະດົກຂອງ ນິວຊີແລນ ແລະ ອົດສະຕາລີ, ໂດຍສະເພາະແມ່ນການສະແດງບົດເພງ “Do it Again” - ບົດເພງທາງການຂອງ World Cup ຍິງ 2023.

ພາຍຫຼັງພິທີໄຂ ແມ່ນການແຂ່ງຂັນຮອບຊີງຊະນະເລີດ World Cup ຍິງ 2023 ໃນສາຍ A ລະຫວ່າງ ທິມບານເຕະ ນິວຊີແລນ ກັບ ນອກແວ.