ຕອນເຊົ້າວັນທີ 05 ຕຸລາ, ກອງປະຊຸມຄັ້ງທີ 4 ຄະນະບໍ​ລິ​ຫານ​ງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໄດ້ໄຂຂຶ້ນຢ່າງສົມກຽດ. ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ເປັນປະທານກອງປະຊຸມ; ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ໄດ້ບໍ​ລິ​ຫານ​ວາ​ລະ​ໄຂກອງປະຊຸມ.

ກ່າວ​ຄຳ​ເຫັນ​ໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້​ແຈ້ງວ່າ ກອງປະຊຸມໄດ້​ຈັດ​ຂຶ້ນໃນສະພາບການທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ພວມພະຍາຍາມ​ປະ​ຕິ​ບັດສຳເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ປີ 2026, ກະກຽມແຜນການປີ 2027 ແລະ ຊຸມປີຕໍ່ໆໄປ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະ​ເໜີໃຫ້ຕ້ອງຍົກສູງກຳລັງຄວາມສາມາດໃນການປ່ຽນແປງໃໝ່ ດ້ວຍຕົນເອງ, ​ປັບປຸງດ້ວຍຕົນເອງ ແລະ ​ກຳນົດທິດພັດທະນາປະເທດຊາດ.

“ມະຕິສະບັບໃໝ່ຕ້ອງສົມ​ທົບການກໍ່ສ້າງເຂົ້າກັບການ​ປັບ​ປຸງ, ການສຶກສາຢ່າງ​ແໜ້ນ​ແຟ້ນ. ​ການປ້ອງກັນກັບການແກ້ໄຂຢ່າງເຂັ້ມງວດ. ​ສ້າງ​ກົນ​ໄກ​ເພື່ອ​ໃຫ້​ການ​ຈັດຕັ້ງພັກ, ສະມາຊິກພັກແຕ່ລະຄົນສາມາດພົບ​ເຫັນ, ປັບປຸງຂໍ້ບົກຜ່ອງດ້ວຍຕົນ​ເອງ. ຕ້ອງອີງໃສ່ປະຊາຊົນເພື່ອກໍ່​ສ້າງ​ພັກ, ຮັບປະກັນການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ການ​ປະ​ກອບ​ສ່ວນເຂົ້າໃນແຜນນະໂຍບາຍ, ຕິດຕາມກວດກາການປະຕິບັດ ແລະ ການໄດ້ຊົມໃຊ້ຜົນປະ​ໂຫຍດຢ່າງແທ້ຈິງ... ນີ້ແມ່ນພື້ນຖານ​ເພື່ອປັບ​ປຸງ​ຄວາມ​ມະ​ຫາ​ສາ​ມັກ​ຄີ, ເຕົ້​າ​ໂຮມ​ກຳ​ລັງ​ແຮງ​ຂອງ​ຊາດ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້ສະເໜີໃຫ້ສູນກາງ ປຶກສາຫາລືລົງ​ເລິກ​ເຂົ້າບັນ​ດາ​ການ​ຄັດເລືອກ​ໃຫຍ່, ບັນ​ດາ​ບັນ​ຫາທີ່ຍັງມີຄວາມ​ແຕກ​ຕ່າງ​ກັນ; ທຸກໆການ​ຄັດເລືອກຕ້ອງ​ຖືຜົນປະໂຫຍດຂອງ​ປະ​ເທດຊາດ, ຂອງ​ຊາດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງ​ປະ​ຊາ​ຊົນຢູ່​ເໜືອກວ່າ​ສິ່ງ​ໃດ​ໝົດ.