ທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ທີ່ພິທີຕ້ອນຮັບ ຢ່າງເປັນທາງການ

ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio. ນາຍົກລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືແລະເຫັນດີອອກຖະແຫຼງການຮ່ວມນຳການພົວພັນຫວຽດນາມ - ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນສັກຂີພິຍານ ພິທີ ມອບບົດບັນທຶກຊ່ວຍຈຳໃນຂົງເຂດສາທາລະນະສຸກ, ປ້ອງກັນປະເທດ, ອຸດສາຫະກຳ ແລະ ການຄ້າ, ສິ່ງແວດລ້ອມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ .