ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະທີ່ພິທີ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຝາກຄຳຢື້ຢາມຖາມຂ່າວ, ນ້ຳໃຈຄວາມຮັກແພງຢ່າງເລິກຊຶ້ງ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ນັກປະຕິວັດຜູ້ອາວຸໂສ, ແມ່ຫວຽດນາມ ວິລະຊົນ, ວິລະຊົນກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ເພື່ອຜັນຂະຫຍາຍວຽກງານຮູ້ບຸນຄຸນ, ການຕອບບຸນແທນຄຸນໃຫ້ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນໄລຍະຜ່ານມາ, ທ່ານປະທານປະເທດ ໄດ້ສະເໜີໃຫ້ລັດຖະບານ, ທຸກຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ໂຄສະນາເຜີຍແຜ່ຢ່າງກວ້າງຂວາງກວ່າອີກ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ທີ່ມີຕໍ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ພ້ອມດຽວກັນນັ້ນ, ປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີ, ສ້າງສັງຄົມທີ່ເຕັມໄປດ້ວຍຄວາມເມດຕາປານີ, ມະນຸດສະທຳ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສະແດງຢ່າງເລິກເຊິ່ງລັກສະນະດີເລີດ ແລະ ທາດແທ້ອັນດີງາມຂອງລະບອບ ຫວຽດນາມ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ.