ພິທີລົງນາມຮ່ວມມືລະຫວ່າງ Dai-ichi Life ຫວຽດນາມ ແລະ ທະນາຄານ SHB (ພາບ: ອິນເຕີແນັດ)

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນກຽດເຂົ້າຮ່ວມພິທີລົງນາມ. ດ້ວຍຂໍ້ຕົກລົງຮ່ວມມືຍຸດທະສາດດັ່ງກ່າວ, ບໍລິສັດປະກັນຊີວິດ Dai – ichi ຫວຽດນາມ ແມ່ນຄູ່ຮ່ວມມືມີສິດຜູກຂາດແຈກຢາຍບັນດາຜະລິດຕະພັນປະກັນຊີວິດທັງໝົດ ແລະ ບັນດາສິດຜົນປະໂຫຍດໜູນຊ່ວຍບຸລິມະສິດຕາມການເລືອກເຟັ້ນຂອງລູກຄ້າທະນາຄານການຄ້າຫຸ້ນສ່ວນ ໄຊງ່ອນ - ຮ່າໂນ້ຍ (SHB) ໃນໄລຍະ 15 ປີ. ຕາມນັ້ນແລ້ວ ບັນດາລູກຄ້າຂອງທະນາຄານການຄ້າຫຸ້ນສ່ວນ ໄຊງ່ອນ - ຮ່າໂນ້ຍ (SHB) ທັງໝົດ ຈະໄດ້ຮັບການແນະນຳ ແລະ ສຳຜັດກັບບັນດາມາດຕະການຄົບຊຸດ ທັງດ້ານທະນາຄານ ແລະ ການປະກັນໄພຢູ່ ຫວຽດນາມ. ພ້ອມກັບ ບັນດາຜະລິດຕະພັນປະກັນໄພທີ່ມີຢູ່ແລ້ວຂອງ Dai-ichi Life ຫວຽດນາມ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສົມທົບກັນ ເພື່ອສ້າງບັນດາຜະລິດຕະພັນໃຫ້ເໝາະສົມກັບຄວາມຕ້ອງການສະເພາະໃຫ້ແຕ່ລະໝວດລູກຄ້າຂອງທະນາຄານ SHB ເພື່ອແນໃສ່ນຳມາໃຫ້ລູກຄ້າຜົນປະໂຫຍດ ແລະ ມຸນຄ່າໂດດເດັ່ນຢ່າງຮອບດ້ານ.