ພາຍ​ຫຼັງ​ການແຂ່ງຂັນທີ່​ຟົດ​ຟື້ນເປັນເວລາ 16 ​ວັນ, ງານ​ມະ​ຫາ​ກຳກິລາ ອາ​ຊີ ຄັ້ງທີ 20 (ASIAD 2026) ໄດ້ສິ້ນສຸດລົງຢ່າງເປັນທາງການໃນຕອນບ່າຍວັນທີ 04 ຕຸລາ, ດ້ວຍພິທີປິດຈັດ​ຂຶ້ນ​ຢູ່ສະໜາມກິລາ Paloma Mizuho, ປະເທດ ຍີ່ປຸ່ນ.

ໜຶ່ງໃນຈຸດເດັ່ນຂອງພິທີປິດງານມະ​ຫາ​ກຳ​ກິ​ລາແມ່ນການປະກາດນັກກິລາທີ່ດີເດັນທີ່ສຸດ 2 ຄົນ​ຢູ່ ASIAD 2026. ​ຕາມນັັ້ນ​ແລ້ວ, ນັກລອຍນໍ້າຊາວ ຈີນ Yu Zidi ໄດ້ຮັບລາງວັນ "ນັກກິລາຍິງດີເດັ່ນທີ່ສຸດ" ແລະ ນັກແລ່ນຊາວ ໄທ Puripol Boonson ໄດ້ຮັບ​ການ​ຄັດເລືອກໃຫ້ເປັນ "ນັກ​ກິ​ລາ​ຊາຍດີເດັ່ນ​ທີ່​ສຸດ".

ກໍ່​ທີ່​ພິທີ​ປິດ, ທ່ານ Sheikh Joaan bin Hamad Al Thani, ​ປະທານ OCA ​ໄດ້​ມອບ​​ສິດ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ASIAD ​ຄັ້ງ​ຕໍ່​ໄປ​ໃຫ້ ​ທ່ານ​ Sheikh Mohammed bin Abdulrahman Al Thani, ນາຍົກລັດຖະມົນຕີ ກາ​ຕາ. ​ໂດ​ຮາ (ກາ​ຕາ) ຈະ​ເປັນ​ນະ​ຄອນເຈົ້າພາບ​ຈັດ​ ASIAD 21 ​ໃນ​ປີ 2030.