ພິທີພິທີປຸກລະດົມ ວັນຊີວະນາໆພັນສາກົນ ; ວັນສິ່ງແວດລ້ອມໂລກ ແລະ ເດືອນກະທຳ ເພື່ອສິ່ງແວດລ້ອມ 2022

ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

“ບັນດາແຜນນະໂຍບາຍແລະ ຄຳໝັ້ນສັນຍາ ທາງການເມືອງ ໄດ້ ແລະ ພວມສືບຕໍ່ຖືກຫັນເປັນລະບອບລະບຽບການ. ພິເສດ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ 2020 ໄດ້ຮັບການປະຕິບັດແຕ່ວັນທີ 1 ມັງກອນ 2022 ດ້ວຍຫຼາຍນະໂຍບາຍ ແລະ ວິທີການແກ້ໄຂທີ່ມີລັກສະນະບຸກທະລຸ, ຊຶ່ງເປັນຂີດໝາຍ ໄລຍະຫັນປ່ຽນຢ່າງແຂງແຮງໃນການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາຊີວະນາໆພັນ ແລະ ການພັດທະນາເສດຖະກິດແບບຍືນຍົງ. ໃນນັ້ນ, ວິສາຫະກິດ ແລະປະຊາຊົນມີບົດບາດໃຈກາງ"