ດ້ວຍພິທີການຂອງພະລາດຊະວົງ ແລະ ສາສະຫນາພຸດ ດ້ວຍການຕິດຕາມຂອງປະຊາຊົນໄທນັບລ້ານໆຄົນ. ມີຊາວໄທ ປະມານ 350.000 ຄົນໄດ້ລົງຖະຫນົນເຂົ້າຮ່ວມເຫດການດັ່ງກ່າວ ດ້ວຍຄວາມຕື້ນຕັນໃຈທີ່ສຸດ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ຕາງຫນ້າໃຫ້ລັດຫວຽດນາມ ເຂົ້າຮ່ວມພິທີຖວາຍພະເພີງພະບໍລົມມະສົບພະບາດສົມເດັດ ພູມິພົນ ອະດຸນຍະເດດ ພ້ອມກັບ 40 ຄົນທີ່ ຕາງຫນ້າໃຫ້ລາດຊະວົງ ແລະ ລັດຖະບານປະເທດຕ່າງໆ.