|
(ພາບ AFP/TTXVN) |
ໃນສື່ສັງຄົມ Facebook, ທ່ານນາຍົກລັດຖະມົນຕີ Hunsen ໄດ້ຊີ້ແຈ້ງຕາມບັນດາຕົວເລກບໍ່ເປັນທາງການ, ຜູ້ມີສິດເລືອກຕັ້ງກ່ວາ 6.740.000 ຄົນໄປປ່ອນບັດ, ພັກ CPP ໄດ້ຮັບບັດສະໜັບສະໜູນເກືອບ 3.530.000 ບັດ, ເທົ່າກັບ 51,39%. ການນຳ ກຳປູເຈຍ ໄດ້ສະແດງຄວາມຫວັງ CPP ຈະສະຫງວນຈຳນວນບັດສ່ວນຫຼາຍໃນການເລືອກຕັ້ງທົ່ວປະເທດ ຄາດວ່າ ຈັດຕັ້ງໃນເດືອນ ກໍລະກົດ 2018.
ກ່ອນໜ້ານັ້ນ, ວັນທີ 4 ມິຖຸນາ, ຜູ້ມີສິດເລືອກຕັ້ງ ກຳປູເຈຍ ໄດ້ປ່ອນບັດເພື່ອເລືອກຕັ້ງກຳມະການ 11.572 ຄົນຢູ່ 1.646 ຕາແສງໃນທົ່ວປະເທດ. ເຂົ້າຮ່ວມການຊ່ວງເສັງຄັ້ງນີ້ມີ 12 ພັກການເມືອງ (ໃນຈຳນວນກ່ວາ 60 ພັກຢູ່ ກຳປູເຈຍ ໃນປະຈຸບັນ), ແຕ່ມີພຽງພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ແລະ ພັກກູ້ຊາດ (CNRP) ຝ່າຍຄ້ານແມ່ນຈົດທະບຽນມີຜູ້ອອກສະໝັກຮັບເລືອກຕັ້ງຢູ່ທຸກໆຕາແສງໃນທົ່ວປະເທດ.

