(ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະນະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2026), ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບບັນດາແມ່ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດ, ຜູ້ມີຄຸນງາມຄວາມດີອັນດີເດັ່ນຂອງນະຄອນ ຮ່າໂນ້ຍ, ແຂວງນິງບິ່ງ ແລະ ໄທງວຽນ ເຂົ້າຮ່ວມລາຍການ “ຍືນຍົງຄົງຕົວກັບປະເທດຊາດ ຊົ່ວກາລະນານ”. ເຫດການໂດຍຫ້ອງວ່າການສະພາແຫ່ງຊາດ ແລະ ສະຖາບັນຄົ້ນຄ້ວາວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນຈັດຂຶ້ນ.
ທ່ານນາງ ຫງວຽນທິງແທັງ ສະແດງຄວາມເຄົາລົບ ແລະ ຄຳຢຶ້ຢາມຖາວຂ່າວ, ນ້ຳໃຈຄວາມຮັກແພງທີ່ສຸດຕໍ່ແມ່ຫວຽດນາມ ວິລະຊົນ, ບັນດານັກຮົບກຳລັງປະກອບອາວຸດປະຊາຊົນ, ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ນັກຮົບເຈັບປ່ວຍ, ຜູ້ມີຄົນງາມຄວາມດີທີ່ດີເດັ່ນພ້ອມກັບຄອບຄົວ. ທ່ານນາງຮອງປະທານສະພາແຫ່ງຊາດ ຢັ້ງຢືນ ພັກ, ລັດ ແລະ ປະຊາຊົນຈາລຶກບັນດາຄຸນງາມຄວາມດີອັນໃຫຍ່ຫຼວງຂອງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ທ່ານນາງ ຫງວຽນທິແທັງ ໃຫ້ຮູ້ວ່າວັນທີ 24 ກໍລະກົດ 2026, ທ່ານປະທານສະພາແຫ່ງຊາດ ໄດ້ເຊັນປະກາດໃຊ້ລັດຖະບັນຍັດເລກທີ 5 /2025 ສະບັບປັບປຸງ, ເພີ່ມເຕີບບາງມາດຕາຂອງລັດຖະບັນດາວ່າດ້ວຍການ ໃຫ້ບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
