ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖ່າຍຮູບທີ່ລະນຶກກັບບັນດານັກວິທະຍາສາດ(ພາບ:Thống Nhất/TTXVN)
|
ຕອນບ່າຍວັນທີ 12 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບນັກວິທະຍາສາດສາກົນ ແລະ ຫວຽດນາມ 56 ທ່ານ, ໂດຍໄດ້ຕາງໜ້າໃຫ້ນັກວິທະຍາສາດ 158 ທ່ານ ມາຈາກ 28 ປະເທດ ແລະ ເຂດແຄ້ວນໃນທົ່ວປະເທດທີ່ໄດ້ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມວິທະຍາສາດສາກົນ “ປ່ອງຢ້ຽມສັງເກດຈັກກະວານ”, ໄດ້ຈັດຂຶ້ນແຕ່ວັນທີ 7 – 12 ສິງຫາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ.
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢຳ້ຄືນບັນດາເປົ້າໝາຍແຫ່ງການພັດທະນາຂອງ ຫວຽດນາມ ວ່າ ຮອດປີ 2045 ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ, ທ່ານປະທານປະເທດ ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດວິທະຍາສາດ ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ ແລະ ຍາມໃດກໍ່ເອົາໃຈໃສ່ພັດທະນາວິທະຍາສາດພື້ນຖານ, ປະຖົມປັດໄຈໃຫ້ວິທະຍາສາດໝູນໃຊ້ ແລະ ພັດທະນາແບບຍືນຍົງ. ທ່ານປະທານປະເທດ ຢັ້ງຢືນວ່າ ຜົນສຳເລັດຂອງ ຫວຽດນາມ ແມ່ນມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປັນຍາຊົນແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເພ່ື່ອນມິດສາກົນ, ພ້ອມທັງ, ປາດຖະໜາ ຢາກໄດ້ຮັບການໜູນຊ່ວຍຫຼາຍກ່ວາ ຈາກບັນດານັກວິທະຍາສາດທັງຢູ່ພາຍໃນ ແລະ ຕ່າງປະເທດ:

