ພິທີລົງນາມໃນເອກະສານຮ່ວມມືຜັນຂະຫຍາຍໂຄງການ “ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກຂັ້ນຮາກຖານ” (ພາບ: nhandan.vn)

ໂຄງການດັ່ງກ່າວ ຈະໄດ້ຜັນຂະຫຍາຍໃນເວລາ 03 ປີ, ໄລຍະທີ 1 - ໄລຍະທົດລອງ ແຕ່ 2022 – 2023, ດ້ວຍຈຸດປະສົງ: ດຶງດູດການເຂົ້າຮ່ວມຂອງພະນັກງານການແພດໃຫ້ໄດ້ກວ່າ 20.000 ຄົນໃນປະເທດ; ຍົກສູງລະດັບຄວາມຮູ້, ທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານການແພດຂັ້ນຮາກຖານ ດ້ວຍເນື້ອໃນອັບເດດການບົ່ງມະຕິພະຍາດ, ການປິ່ນປົວ ແລະ ຄວບຄຸມພະຍາດທົ່ວໄປຢູ່ຂັ້ນຮາກຖານ ໂດຍຜ່ານຊຸດຝຶກອົບຮົມແບບທາງໄກ ແລະ ອອກໃບຢັ້ງຢືນໃຫ້. ໝູນໃຊ້ແອບຟຼີເຄຊັນ “Y360 - ປະຊາຄົມແພດສາດ ແລະ ການອ່ານ” ເຂົ້າໃນການຈັດຕັ້ງ ແລະ ກະກຽມຈັດຊຸດຝຶກອົບຮົມ… ທ່ານຮອງສາດສະດາຈານ. ປອ ນາງ ຫງວຽນທິຊວຽນ, ປະທານສະມາຄົມໃຫຍ່ແພດສາດ ຫວຽດນາມ ເນັ້ນໜັກວ່າ:

“ຜ່ານໂຄງການນີ້, ພວກຂ້າພະເຈົ້າຢາກລະດົມທຸກແຫຼ່ງກຳລັງໃນສັງຄົມຮ່ວມແຮງຮ່ວມໃຈເພື່ອເຂົ້າຮ່ວມຍູ້ແຮງການຍົກສູງລະດັບຄວາມຮູ້ ແລະ ທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານການແພດຂັ້ນຮາກຖານໃນທົ່ວປະເທດ ເພື່ອປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນຂອງວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ເສີມຂະຫຍາຍບົດບາດຂອງລະບົບສາທາລະນະສຸກຂັ້ນຮາກຖານຢູ່ ຫວຽດນາມ ຢ່າງສຸດກົກສຸດປາຍ”.