ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ (ແຕ່ວັນທີ 2 – 5 ພະຈິກ), ຕອນເຊົ້າວັນທີ 3 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິແທັງງາ ພັນລະຍາ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະທ່ານນາງ ວັນດາລາ ສີພັນດອນ ພັນລະຍາ ທ່ານສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ລາວ ໄດ້ເຂົ້າຢ້ຽມຊົມ ຫໍພິພິທະພັນ ສະພາແຫ່ງຊາດ ຫວຽດນາມ. ຫໍພິພິທະພັນ ສະພາແຫ່ງຊາດ ຫວຽດນາມ ມີເນື້ອທີ່ວາງສະແດງກວ່າ 800 ຕາແມັດ, ແນະນຳພາບຖ່າຍ, ເອກະສານເກືອບ 1000 ຢ່າງ ແລະ ວັດຖຸພັນພົ້ນເດັ່ນ 250 ຢ່າງຄື: ຊຸດສະສົມກົດບັດ, ຫຼຽນກາສະມາຊິກສະພາແຫ່ງຊາດ ຊຸດຕ່າງໆ, ກາຈ້ຳຂອງຄະນະປະຈຳສະພາແຫ່ງຊາດ, ທຸງແດງດາວຄຳຢູ່ກອງປະຊຸມໃຫຍ່ປະຊາຊົນທົ່ວປະເທດ ເຕິນຈ່າວເມື່ອປີ 1945, ຕູ້ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ I ປີ 1946….
