ໃນ​ວັນ​ທີ 1 ສິງ​ຫາ, ກຳ​ລັງ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດ​ ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ ​ໂຮ່​ຈີ​ມິນ ສືບ​ຕໍ່​ເປີດກວ້າງ​ຂອບ​ເຂດ​ການ​ຄົ້ນ​ຫາ ແລະ ພົບ​ເຫັນ​ຕື່ມ​ອີກ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຈຳ​ນວນ​ໜຶ່ງ.ດັ່ງ​ນັ້ນ, ໄລ່​ຮອດ​ວັນ​ທີ 23 ມິ​ຖຸ​ນາ - 1 ສິ​ງ​ຫາ, ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຄົ້ນ​ພົບ, ທ້ອນ​ໂຮມ​ໄດ້​ 168 ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ. ຕາມ​ທ່ານ ຫງວຽນ​ແມງ​ເກືອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ຄົ້ນ​ພົບ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ນະ​ຄອນແລ້ວ, ວຽກ​ງານ​ຄົ້ນ​ພົບ, ທ້ອນ​ໂຮມ ແລະ ຢັ້ງ​ຢຶນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ພິ​ເສດ, ເປັນປະ​ຈຳ ແລະ ຍາວ​ນານ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ. ໜ້າ​ທີ່​ຄົ້ນ​ພົບ​ຈະ​ສືບ​ຕໍ່​ຈົນ​ຮອດ​ເວ​ລາ​ຢັ້ງ​ຢືນ, ທ້ອນ​ໂຮມ​ໄດ້​ໝົດ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ເຫຼືອ. ໝາກ​ຜົນ​ຂອງ​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ ກໍ່​ແມ່ນ​ບົດ​ຮຽນ​ປະ​ສົບ​ການ ​ເພື່ອ​ທາງ​ນະ​ຄອນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຄ້າຍ​ຄື​ກັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.