(ພາບ: Bộ Tư lệnh TP.HCM)
ກອງທ້ອນໂຮມອັດຖິນັກຮົບສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານນະຄອນ ໂຮ່ຈີມິນ ແລະ ບັນດາກຳລັງປະຕິບັດໜ້າໄດ້ພົບເຫັນ, ຄົ້ນຫາ, ທ້ອນໂຮມອັດຖິນັກຮົບສະຫຼະຊີວິດເພື່ອຊາດຕື່ມອີກ 33 ອັດຖິ, ໃນນັ້ນມີອັດຖິ 11 ຊຸດມີວັດຖຸຕິດພ້ອມ, ຢູ່ສວນສາທາລະນະ ເລທິຣຽງ ແຕ່ວັນທີ 15 ຫາ 17 ຕຸລາ.
ສະນັ້ນ, ນັບຕັ້ງແຕ່ເລີ່ມຕົ້ນຜັນຂະຫຍາຍການຄົ້ນຫາແຕ່ວັນທີ 23 ມິຖຸນາ ຫາ ວັນທີ 17 ຕຸລາ, ບັນດາກຳລັງໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບສະຫຼະຊີວິດເພື່ອຊາດ 764 ອັດຖິ (318 ອັດຖິມີວັດຖຸຕິດພ້ອມ) ຢູ່ສວນສາທາລະນະ ເລທິຣຽງ.
ພິທີໄວ້ອາໄລ, ປົງສົບອັດຖິນັກຮົບສະຫຼະຊີວິດເພື່ອຊາດ 731 ອັດຖິໄດ້ຈັດຂຶ້ນໃນວັນທີ 14 ຕຸລາ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈິມິນ). ປະຈຸບັນ, ການຄົ້ນຫາ, ທ້ອນໂຮມອັດຖິນັກຮົບສະຫຼະຊີວິດເພື່ອຊາດ ພວມສືບຕໍ່ໄດ້ຮັບການຜັນຂະຫຍາຍ.
