ລາຍການນີ້ແມ່ນການພົບປະສັງສັນລະຫວ່າງບັນດາສະຫາຍ, ໝູ່ຮ່ວມກົມກອງ ພ້ອມທັງແມ່ນເວທີເພື່ອໃຫ້ບັນດານັກທຸລະກິດ, ວິສາຫະກິດນັກຮົບເກົ່າໃນທົ່ວປະເທດ ປະກອບຂໍ້ລິເລີ່ມຂອງຕົນເພື່ອການພັດທະນາຢ່າງວັດທະນາຖາວອນຂອງຂະແໜງກະສິກໍາໃນສະໄໝແຫ່ງການເຊື່ອມໂຍງເຂົ້າກັບສາກົນ. ໃນລາຍການພົບປະແລກປ່ຽນ, ບັນດາແຂກຖືກເຊີນ ໄດ້ແລກປ່ຽນກ່ຽວກັບບົດບາດຂອງນັກຮົບເກົ່າໃນຂະບວນແຫ່ງການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ, ບັນດາເລື່ອງລາວໃນຂະບວນວິວັດພັດທະນາເສດຖະກິດຄອບຄົວ ແລະ ຂອງວິສາຫະກິດ. ນະທີ່ນີ້, ຄະນະຈັດຕັ້ງກໍໄດ້ມອບຫຼຽນກາທີ່ລະນຶກໃຫ້ແກ່ບັນດານັກທຸລະກິດ, ວິສາຫະກິດນັກຮົບເກົ່າທີ່ສ້າງເສດຖະກິດເກັ່ງ, ມີຜົນງານໃນບັນດາຂະບວນການຂອງສັງຄົມ ແລະ ເປັນແບບຢ່າງນໍາໜ້າໃນການກໍ່ສ້າງຊົນນະບົດໃໝ່.