ຕອນເຊົ້າວັນທີ 13 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບທ່ານ ພົນເອກ ຄຳລ້ຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ທີ່ພວມຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງ ສາມ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ການຊ້ອມຮົບຮ່ວມກ່ຽວກັບການປ້ອງກັນພົນລະເຮືອນ ລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ 2026.
ທີ່ການເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ ຄຳລ້ຽງ ອຸທະໄກສອນ ໄດ້ເຫັນດີເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍບັນດາເນື້ອໃນຮ່ວມມື, ສຸມໃສ່ບັນດາເນື້ອໃນການປະຕິບັດບັນດາກົນໄກປຶກສາຫາລື - ໂອ້ລົມສົນທະນາຢ່າງມີປະສິດທິຜົນ; ການຮ່ວມມືຄຸ້ມຄອງ, ປົກປ້ອງເຂດຊາຍແດນ; ຊອກຫາ, ທ້ອນໂຮມ, ນຳອັດຖຸທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມທີ່ ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ກັບເມືອປະເທດ; ອຸດສາຫະກຳປ້ອງກັນຊາດ; ເພີ່ມທະວີການປຶກສາຫາລື, ການຮ່ວມມືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ ຄຳລ້ຽງ ອຸທະໄກສອນ ໄດ້ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ປີ 2027.
