ທ່ານນາງ ໂຮ່ທິທູຮັ່ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງວິງລອງ ມອບໃບຢັ້ງຢືນສຳເລັດການແຍກຕົວລວມໝູ່ໃຫ້ແກ່ປະຊາຊົນ (ພາບ: TTXVN)

ນີ້ແມ່ນບັນດາພົນລະເມືອງ ທີ່ກັບ ມາປະເທດ ດ້ວຍເຮືອບິນໝາຍເລກ VN780 ເຊິ່ງໄດ້ລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ ໃນວັນທີ 23 ມີນາ ແລະ ໄດ້ແຍກຕົວຢູ່ ມະຫາວິທະຍາໄລການທະຫານ ຫວິງລອງ (ຕາແສງ ລວານໝີ, ເມືອງ ຕາມບິ່ງ) ເປັນເວລາ 14 ວັນຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ. ທຸກໆຄົນລ້ວນແຕ່ໄດ້ຮັບຜົນກວດເລືອດຄັ້ງທີ 2 ເປັນຜົນລົບກັບເຊື້ອໄວຣັດ SARS-CoV-2.

ມາຮອດວັນທີ 7 ເມສາ, ພົນລະເມືອງ ຫວຽດນາມ 80 ຄົນທີ່ກັບມາຈາກ ສາທາລະນະລັດ ສະຫະພັນ ເຢຍລະມັນ ເຊິ່ງປະຈຸບັນພວມແຍກຕົວຢູ່ ມະຫາວິທະຍາໄລການທະຫານ ແຂວງ ຮ່ວາບິ່ງ ໄດ້ຮັບຜົນກວດເລືອດທີ 2 ເປັນລົບກັບເຊື້ອໄວຣັດ SARS-CoV-2. ດັ່ງນັ້ນ, ໃນຕອນເຊົ້າວັນທີ 8 ເມສາ, ບັນດາພົນລະເມືອງເຫຼົ່ານີ້ ຈະສິ້ນສຸດການແຍກຕົວຢູ່ຕ່າງຫາກ ແລະ ໄດ້ຮັບໃບຢັ້ງຢືນສຳເລັດການແຍກຕົວລວມໝູ່ ກ່ອນທີ່ຈະກັບເມືອທ້ອງຖິ່ນ.