ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສະຫະພັນ ລັດເຊຍ Nikolai Patrushey ແລະ ພົນເອກ ໂງຊວນລິກ

ທ່ານ ພົນເອກ ໂງຊວນລິກຮັບຮູ້ສະພາບການຮ່ວມມືນັບມື້ນັບມີປະສິດທິຜົນ, ຕັ້ງໜ້າລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ກັບສະພາປ້ອງກັນຄວາມສະຫງົບ ແຫ່ງຊາດ ສະຫະພັນລັດເຊຍ.

ສ່ວນ ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສະຫະພັນ ລັດເຊຍ Nikolai Patrushey ກໍ່ໄດ້ສະແດງຄວາມເຊື່ອໝັ້ນໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາ, ເຂົ້າສູລວງເລິກ, ບັນລຸໄດ້ໝາກຜົນຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການຮ່ວມມືດ້ານປ້ອງກັນຊາດ ຕາມຈິດໃຈບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫະພັນລັດເຊຍທີ່ໄດ້ເຊັນປີ 2013.