ທ່ານພົນໂທ ໂງຊວນລິກມອບຂອງຂວັນໃຫ້ ທ່ານເອກອັກຄະລັດຖະທູດ Nadav Eshcar ເປັນທີ່ລະນຶກ

(ພາບ:qdnd.vn)

ທີ່ການຕ້ອນຮັບ, ທ່ານພົນໂທ ໂງຊວນລິກ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Nadav Eshcar ທີ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອິດສະລາແອນປະຈຳຫວຽດນາມ; ແລະ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຂອງທ່ານ ເອກອັກຄະລັດຖະທູດ ຈະປະສົບຜົນສຳເລັດອັນດີງາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານການປ້ອງກັນຊາດ.

ສ່ວນທ່ານ ເອກອັກຄະລັດຖະທູດ Nadav Eshcar ຢັ້ງຢືນວ່າ ໃນຖານະດຳລົງຕຳແໜ່ງໃໝ່ ທ່ານຈະເຮັດວຽກຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ - ອິດສະລາແອນ, ໃນນັ້ນ, ຂົງເຂດປ້ອງກັນຊາດແມ່ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່.