ກ່າວ​ຄຳ​ເຫັນ​ປິດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ໃນ​ຕອນ​ບ່າຍ​ວັນ​ທີ 29 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ ທີ່​ວາ​ລະ​ປ​ະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ພິ​ຈາ​ລະ​ນາ, ປ​ຶກ​ສາ​ຫາ​ລື​ຫຼາຍ​ເນື້ອ​ໃນ. ມາ​ຮອດ​ຈຸດ​ເວ​ລານີ້, ມີ 28/33 ເນື້ອ​ໃນ​ຂອງວາ​ລະ​ປະ​ຊຸມວິ​ສາ​ມັນ​ຄັ້ງ​ທີ 1 (ຈະຈັດ​ຂຶ້ນ​ແຕ່​ວັນ​ທີ 03- 24 ສິງ​ຫາ) ທີ່​​ຄະ​ນະ​ປະ​ຈຳ​ສະ​ແຫ່ງ​ຊາດ​ໄດ້ປະ​ກອບ​ຄຳ​ເຫັນ, ພິ​ຈາ​ລະ​ນາ​ຢ່າງ​ລະ​ອຽດ. ທ່ານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ສະ​ເໜີ​ວ່າ:

“ບັນ​ດາ​ອົງ​ການ​ຕ້ອງ​ເຊື່ອມ​ຊຶມ​ຈິດ​ໃຈ​ນີ້​ທັນທີໃນ​ວິ​ວັດ​ການ​ສ້າງ​ຮ່າງ​ກົດ​ໝາຍ, ມະ​ຕິ​ໃຫ້​ສົມ​ບູນ​ແບບ; ກວດ​ກາ​ຄືນ​ບັນ​ດາ​ເອ​ກະ​ສານ​ກຳ​ນົດລາຍ​ລະ​ອຽດ, ​ເງື່ອນ​ໄຂ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ ແລະ ແຫຼ່ງ​ກຳ​ລັງ​ຜັນ​ຂະ​ຫຍາຍເພື່ອ​​ໃຫ້ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາບັນ​ດາ​ກົດ​ໝາຍ, ມະ​ຕິ ຈະສາ​ມາດນຳ​ເຂົ້າ​ສູ່​ຊີ​ວິ​ດ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ໃນ​ທັນ​ທີ. ຜົນ​ສຳ​ເລັດ​ຂອງ​ວາ​ລະ​ຊຸມ​ບໍ່​ພຽງ​ແຕ່​ໄດ້​ຄິດ​ໄລ່​ດ້ວຍ​ຈຳ​ນວນ​ກົດ​ໝາຍ, ມະ​ຕິ​ທີ່​ໄດ້​ຮັບ​ຮອງ​ເອົາ, ຫາກ​ສຳ​ຄັນ​ກວ່າ​ແມ່ນບັນ​ດາລັດ​ຖະ​ນະ​ໂຍ​ບາຍນັ້ນ​ໄດ້​ແກ້​ໄຂຈຸດ​ອຸດ​ຕັນ, ປຸກ​ລຸກ​ແຫຼ່ງ​ກຳ​ລັງ, ສ້າງ​ເງື່ອນ​ໄຂ​ແກ່​ການ​ພັດ​ທະ​ນາ ແລະ ຍົກ​ສູງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນຢ່າງ​ແທ​້​ຈິງ ຫຼື ບໍ່”.