ທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) (ພາບ: TTXVN)

ຖະແໜງການດັ່ງກ່າວ ໂດຍທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ຍົກອອກມາໃນວັນທີ 6 ຕຸລາ ກ່ອນດຳເນີນກອງປະຊຸມປະຈຳປີ ຂອງ IMF ແລະ ທະນາຄານ ໂລກ (WB) ຄາດວ່າຈະດຳເນີນໃນອາທິດໜ້າ. ກ່າວຄຳເຫັນທີ່ມະຫາວິທະຍາໄລ Georgetown (ອາເມລິກາ), ທ່ານນາງ Georgieva ເນັ້ນໜັກວ່າ ສິ່ງສຳຄັນໃນປັດຈຸບັນແມ່ນຕ້ອງ “ຮັກສາສະຖຽນລະພາບພື້ນຖານເສດຖະກິດທົ່ວໂລກດ້ວຍວິທີການແກ້ໄຂບັນດາສິ່ງທ້າທາຍຈຳເປັນ ທີ່ສຸດ”, ໃນນັ້ນມີສະພາບການໄພເງິນເຟີ້. ທ່ານນາງ Georgieva ໃຫ້ຮູ້ວ່າ, ລະບອບລະບຽບການດ້ານການເງິນໃນທົ່ວໂລກ ມີແຜນການສືບຕໍ່ຫຼຸດການຄາດຄະເນການເຕີບໂຕເສດຖະກິດໂລກ ໃນປີ 2023 ທີ່ອາດຈະໄດ້ປະກາດໃນກອງປະຊຸມປະຈຳປີ, ທີ່ຈະດຳເນີນໃນອາທິດໜ້າຢູ່ ວໍຊິງຕັນ (ອາເມລິກາ). ນີ້ແມ່ນກອງປະຊຸມເຊິ່ງໜ້າຂອງກອງທຶນ IMF ແລະ WB ຄັ້ງທຳອິດນັບແຕ່ປີ 2019 ເປັນຕົ້ນໄປ - ກ່ອນການເກີດພະຍາດໂຄວິດ - 19.