ທ່ານໂດ້ຕ້ຽນຊີ້ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ແລະທ່ານເອກອັກຄະລັດຖະທູດກຳປູເຈຍປະຈຳຫວຽດນາມ ໃຈນະວຸດ |
ຕອນບ່າຍວັນທີ 21 ມິຖຸນານີ້, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກກຳປູເຈຍປະຈຳຫວຽດນາມ ໃຈນະວຸດ ທີ່ສູນກະຈາຍສຽງແຫ່ງຊາດຢູ່ເຮືອນເລກທີ 58 ຖະໜົນກວານຊື, ຮ່າໂນ້ຍ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ທ່ານໂດ້ຕ້ຽນຊີ້ ຢືນຢັນວ່າ: ການຮ່ວມມືໃນຂົງເຂດສື່ມວນຊົນ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ກຳປູເຈຍ. ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ: ໃນຖານະເປັນອົງການສື່ມວນຊົນຫຼາຍປະເພດ, ວິທະຍຸກະຈາຍສຽງ ຫວຽດນາມ ປາດຖະໜາຢາກສືບຕໍ່ເສີມຂະຫຍາຍບັນດາໝາກຜົນການຮ່ວມມືອັນດີງາມລະຫວ່າງບັນດາອົງການສື່ມວນຊົນຂອງສອງປະເທດ, ປະກອບສ່ວນຮັດແໜ້ນ ແລະ ຊຸກຍູ້ການພົວພັນຮ່ວມມືອັນດີງາມ ແລະ ສະໜິດສະໜົມລະຫວ່າງ 2 ລັດຖະບານ ແລະ ປະຊາຊົນ 2 ປະເທດ.

