ຜູ້ມີສິດເລືອກຕັ້ງ ອາ​ເມ​ລິ​ກາ ກວ່າ 50 ລ້ານຄົນ, ເຊິ່ງເທົ່າກັບເກືອບ 30% ຈຳ​ນວນຜູ້ມີສິດເລືອກຕັ້ງທັງໝົດທີ່​ຈົດທະບຽນ, ໄດ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເຖິງວ່າການເລືອກຕັ້ງກາງສະໄໝຍັງເຫຼືອອີກສາມວັນຈຶ່ງ​ຈັດ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ.

ອີງຕາມຕົວ​ເລກໂດຍມະຫາວິທະຍາໄລ Florida ລວບ​ລວມ, ໄລ່​ຮອດ​ຕອນເຊົ້າວັນທີ 31 ຕຸລາ, ມີຊາວ ອາ​ເມ​ລິ​ກາ ກວ່າ 50,5 ລ້ານຄົນໄດ້ໄປ​ປ່ອນ​ບັດ, ​ສູງກວ່າ​ປະ​ມານ 5 ລ້ານ​​ບັດ​ເລືອກ​ຕັ້ງເມື່ອ​ທຽບ​ໃສ່​ຈຳ​ນວນບັດ​ທັງ​ໝົດໃນການເລືອກຕັ້ງກາງສະໄໝປີ 2022. ​ທີ່​ບັນ​ດາລັດ​ປະ​ກາດຂໍ້ມູນ​ຈົດທະບຽນພັກ, ຜູ້ມີສິດເລືອກຕັ້ງພັກ​ປະ​ຊາ​ທິ​ປະ​ໄຕປະມານ 10,7 ລ້ານຄົນ ແລະ ຜູ້ມີສິດເລືອກຕັ້ງພັກສາ​ທາ​ລະ​ນະປະມານ 7.8 ລ້ານຄົນໄດ້ເຂົ້າ​ຮ່ວມ​ການ​ປ່ອນ​ບັດ.

ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ກ່ອນ​ກຳ​ນົດ​ເວ​ລາ ​ດຳ​ເນີນ​ໄປ​ໃນ​ສະ​ພາບທີ່ການ​​ແກ່ງ​ແຍ້ງ ເພື່ອຄວບຄຸມສະພາ​ສູງ ແລະ ສະ​ພາ​ຕ່ຳຂອງ ອາ​ເມ​ລິ​ກາ ພວມ​ກ້າວ​ເຂົ້າ​ສູ່​ຊຸມມື້​ຕັດ​ສິນ.